ບລັອກໂປຣໄຟລ໌, ເພຈ ຫຼື ຊື່ຫຼິ້ນຂອງບຸກຄົນໃດໜຶ່ງໃນ Facebook
ສຳເນົາລິ້ງ
ແອັບແອນດຣອຍຊ່ວຍເຫຼືອ
ຊ່ວຍເຫຼືອດ້ານຄອມພິວເຕີ
ແອັບໄອແພັດຊ່ວຍເຫຼືອ
ແອັບໄອໂຟນຊ່ວຍເຫຼືອ
ການຊ່ວຍເຫຼືອໂປຣແກຣມທ່ອງເວັບມືຖື
ຊ່ວຍເຫຼືອແອັບ Facebook Lite
ແອັບແອນດຣອຍຊ່ວຍເຫຼືອ
ຊ່ວຍເຫຼືອດ້ານຄອມພິວເຕີ
ແອັບໄອແພັດຊ່ວຍເຫຼືອ
ແອັບໄອໂຟນຊ່ວຍເຫຼືອ
ການຊ່ວຍເຫຼືອໂປຣແກຣມທ່ອງເວັບມືຖື
ຊ່ວຍເຫຼືອແອັບ Facebook Lite
ເມື່ອທ່ານບລັອກໂປຣໄຟລ໌ ຫຼື ເພຈແລ້ວ, ການກະທຳບາງຢ່າງຈະຖືກຈຳກັດ ເຊັ່ນ: ການໂຕ້ຕອບກັບທາມລາຍ, ໂພສ, ຄຳຄິດເຫັນ ຫຼື ຂໍ້ຄວາມຂອງກັນ ແລະ ກັນ. ສິ່ງເຫຼົ່ານີ້ບໍ່ລວມບັນດາແອັບ, ເກມ ຫຼື ກຸ່ມທີ່ທ່ານທັງສອງເຂົ້າຮ່ວມ. ຖ້າທ່ານກໍາລັງເຊື່ອມຕໍ່ກັບໂປຣໄຟລ໌ ຫຼື ເພຈນັ້ນ, ການບລັອກຈະສົ່ງຜົນໃຫ້ທ່ານເຊົາເປັນໝູ່, ເຊົາຖືກໃຈ ແລະ ຍົກເລີກການຕິດຕາມ.
ເມື່ອທ່ານບລັອກຊື່ຫຼິ້ນໃນກຸ່ມ Facebook ແລ້ວ, ຄວາມສາມາດໃນການໂຕ້ຕອບກັບເນື້ອຫາກຸ່ມຂອງທ່ານຂອງຊື່ຫຼິ້ນດັ່ງກ່າວຈະຖືກຈຳກັດ.
ຖ້າທ່ານມີ ໂປຣໄຟລ໌ Facebook ເພີ່ມເຕີມ, ທ່ານຈະຕ້ອງຈັດການການບລັອກຈາກໂປຣໄຟລ໌ຂອງທ່ານແຍກຕ່າງຫາກ.
ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບວິທີ ປົດບລັອກໂປຣໄຟລ໌ ຫຼື ເພຈ.
ບລັອກໂປຣໄຟລ໌ ຫຼື ເພຈ
ເພື່ອບລັອກບາງຄົນໃນ Facebook:
- ໄປທີ່ ໂປຣໄຟລ໌ ຫຼື ເພຈຂອງພວກເຂົາ.
- ຄລິກ
ຕົວເລືອກ (ຫຼື ເພີ່ມເຕີມ).
- ຄລິກ ບລັອກ, ຈາກນັ້ນຢືນຢັນວ່າທ່ານຕ້ອງການບລັອກໂດຍການຄລິກ ຢືນຢັນ.
ທ່ານຍັງສາມາດບລັອກບາງຄົນໄດ້ໂດຍການໄປທີ່ ການຕັ້ງຄ່າ ແລະ ຄວາມເປັນສ່ວນຕົວ > ການຕັ້ງຄ່າ > ການບລັອກ ແລະ ພິມຊື່ຂອງພວກເຂົາ.
ໝາຍເຫດ: ຕົວເລືອກບລັອກບໍ່ສາມາດໃຊ້ໄດ້ໂດຍກົງຈາກເມນູໂພສໃນໜ້າຟີດອີກຕໍ່ໄປ. ທ່ານຍັງສາມາດບລັອກໃຜຜູ້ໜຶ່ງຈາກໂປຣໄຟລ໌ຂອງພວກເຂົາ ຫຼື ຜ່ານການຕັ້ງຄ່າຂອງທ່ານ.
ນອກຈາກນັ້ນທ່ານຍັງສາມາດບລັອກໂປຣໄຟລ໌ ຫຼື ເພຈໄດ້ໂດຍການໄປທີ່ການຕັ້ງຄ່າການບລັອກຂອງທ່ານ:
- ຄລິກຮູບໂປຣໄຟລ໌ຂອງທ່ານຢູ່ເບື້ອງຂວາດ້ານເທິງຂອງ Facebook.
-
ເລືອກ
ການຕັ້ງຄ່າ ແລະ ຄວາມເປັນສ່ວນຕົວ, ຈາກນັ້ນຄລິກ
ການຕັ້ງຄ່າ.
- ທີ່ເມນູ, ໃຫ້ຄລິກ ການບລັອກ ລຸ່ມ ຜູ້ຊົມ ແລະ ການເບີ່ງເຫັນ.
- ໃນສ່ວນ ບລັອກໂປຣໄຟລ໌ ແລະ ເພຈຕ່າງໆ ເລືອກ, ຄລິກ ແກ້ໄຂ.
- ຄລິກ ເພີ່ມໄປຍັງລາຍການທີ່ຖືກບລັອກ.
- ພິມຊື່ໂປຣໄຟລ໌ ຫຼື ເພຈທີ່ທ່ານຕ້ອງການບລັອກ.
- ຄລິກ ບລັອກ ຖັດຈາກຊື່ຂອງພວກເຂົາ.
- ຄລິກ ຢືນຢັນ.
ໝາຍເຫດ: ຖ້າທ່ານກຳລັງພົບບັນຫາໃນການຊອກຫາໂປຣໄຟລ໌ທີ່ທ່ານຕ້ອງການບລັອກ, ທ່ານສາມາດລອງໃຊ້ທີ່ຢູ່ອີເມວທີ່ເຊື່ອມໂຍງກັບໂປຣໄຟລ໌ Facebook ນັ້ນ.
ບລັອກຊື່ຫຼິ້ນໃນກຸ່ມ Facebook
- ຊອກຫາໂພສ ຫຼື ຄຳຄິດເຫັນຈາກຊື່ຫຼິ້ນທີ່ທ່ານຕ້ອງການບລັອກ.
- ຄລິກທີ່ຊື່ຫຼິ້ນ ຫຼື ຮູບໂປຣໄຟລ໌ຂອງຊື່ຫຼິ້ນນັ້ນ.
- ຖັດຈາກຊື່ຫຼິ້ນໃນໜ້າໂປຣໄຟລ໌ກຸ່ມ, ໃຫ້ຄລິກ
ຕົວເລືອກ.
- ຄລິກ ບລັອກ [Nickname], ຈາກນັ້ນຢືນຢັນວ່າທ່ານຕ້ອງການບລັອກໂດຍການຄລິກ ບລັອກ.
- ໝາຍເຫດ: ການບລັອກຊື່ຫຼິ້ນໃນກຸ່ມແມ່ນບລັອກສະເພາະຊື່ຫຼິ້ນດັ່ງກ່າວເທົ່ານັ້ນ ແລະ ບໍ່ໄດ້ບລັອກໂປຣໄຟລ໌ຫຼັກທີ່ເຊື່ອມໂຍງກັບຊື່ຫຼິ້ນນັ້ນ.
ສິ່ງທີ່ຈະເກີດຂຶ້ນເມື່ອທ່ານບລັອກໂປຣໄຟລ໌ ຫຼື ເພຈ
ເມື່ອທ່ານບລັອກໂປຣໄຟລ໌ ຫຼື ເພຈ, ໂປຣໄຟລ໌ ຫຼື ເພຈນັ້ນຈະບໍ່ສາມາດ:
- ເບິ່ງໂພສຂອງທ່ານ.
- ແທັກທ່ານໃນໂພສ, ຄຳຄິດເຫັນ ຫຼື ຮູບພາບ.
- ເຊີນທ່ານເຂົ້າຮ່ວມງານກິດຈະກຳ ຫຼື ກຸ່ມຕ່າງໆ.
- ເລີ່ມການສົນທະນາກັບທ່ານ.
- ເພີ່ມທ່ານເປັນໝູ່.
ຈະເກີດຫຍັງຂຶ້ນ ເມື່ອຂ້ອຍບລັອກຊື່ຫຼິ້ນໃນກຸ່ມ?
ເມື່ອທ່ານບລັອກຊື່ຫຼິ້ນໃນກຸ່ມ, ຊື່ຫຼິ້ນນັ້ນຈະບໍ່ສາມາດ:
- ແທັກທ່ານໃນໂພສ ຫຼື ຄຳຄິດເຫັນໃນກຸ່ມ.
- ໂຕ້ຕອບກັບເນື້ອຫາຂອງທ່ານໃນກຸ່ມ.
ໃນບາງກໍລະນີ, ພວກເຂົາອາດຈະຍັງສາມາດເຫັນເນື້ອຫາຂອງທ່ານໄດ້. ເມື່ອທ່ານບລັອກຊື່ຫຼິ້ນໃນກຸ່ມ, ທ່ານຈະບໍ່ເຫັນໂພສ ຫຼື ຄຳຄິດເຫັນໃດໜຶ່ງຈາກຊື່ຫຼິ້ນນັ້ນໃນກຸ່ມ. ທ່ານອາດຈະຍັງເຫັນເນື້ອຫາຈາກຊື່ຫຼິ້ນນັ້ນໃນກຸ່ມອື່ນໆ.
ສິ່ງອື່ນໆທີ່ຄວນພິຈາລະນາເມື່ອທ່ານບລັອກໂປຣໄຟລ໌ໃດໜຶ່ງ
- ຖ້າທ່ານບໍ່ຕ້ອງການເຊົາເປັນໝູ່ກັບໂປຣໄຟລ໌ໃດໜຶ່ງ ແຕ່ທ່ານຕ້ອງການເຫັນໂພສຂອງໂປຣໄຟລ໌ນັ້ນໜ້ອຍລົງໃນ Facebook ທ່ານສາມາດ ຫ່າງກັນໄລຍະໜຶ່ງຈາກໂປຣໄຟລ໌ນັ້ນໄດ້.
- ໂປຣໄຟລ໌ທີ່ທ່ານບລັອກຈະບໍ່ສາມາດ:
- ເລີ່ມການສົນທະນາກັບທ່ານ.
- ເພີ່ມທ່ານເປັນໝູ່.
- ຖ້າທ່ານບລັອກໂປຣໄຟລ໌ຂອງບຸກຄົນໃດໜຶ່ງຈາກໂປຣໄຟລ໌ຂອງທ່ານຫຼາຍກວ່າໜຶ່ງໂປຣໄຟລ໌, ຄົນທີ່ທ່ານບລັອກ ອາດຈະຮູ້ໄດ້ວ່າທ່ານເປັນເຈົ້າຂອງໂປຣໄຟລ໌ເຫຼົ່ານັ້ນທັງໝົດ.
ຈົ່ງຈື່ໄວ້ວ່າການບລັອກບຸກຄົນໃດໜຶ່ງອາດຈະບໍ່ກີດກັ້ນການສື່ສານ ຫຼື ການໂຕ້ຕອບທັງໝົດ (ຕົວຢ່າງ: ໃນແອັບ ຫຼື ກຸ່ມຕ່າງໆ). ສຶກສາເພີ່ມເຕີມກ່ຽວກັບສິ່ງທີ່ທ່ານຈະເຫັນໃນເວລາທີ່ທ່ານບລັອກໂປຣໄຟລ໌ຂອງບຸກຄົນໃດໜຶ່ງ.
ເມື່ອທ່ານບລັອກບຸກຄົນໃດໜຶ່ງທີ່ມີຫຼາຍກວ່າໜຶ່ງໂປຣໄຟລ໌:
- ການບລັອກໂປຣໄຟລ໌ໜຶ່ງຈາກບັນດາໂປຣໄຟລ໌ຕ່າງໆຂອງພວກເຂົາ ຈະເປັນການບລັອກໂປຣໄຟລ໌ນັ້ນເທົ່ານັ້ນ. ມັນບໍ່ໄດ້ບລັອກໂປຣໄຟລ໌ອື່ນໆຂອງເຂົາເຈົ້າ. ນີ້ໝາຍຄວາມວ່າທ່ານຍັງສາມາດໂຕ້ຕອບກັບໂປຣໄຟລ໌ອື່ນໆຂອງເຂົາເຈົ້າໄດ້.
- ຕົວຢ່າງ: ທ່ານອາດຈະເລີ່ມການສົນທະນາກັບໂປຣໄຟລ໌ອື່ນໆເຫຼົ່ານັ້ນ ຫຼື ເພີ່ມເຂົາເຈົ້າເປັນໝູ່.
- ເມື່ອທ່ານບລັອກໂປຣໄຟລ໌ຂອງບຸກຄົນໃດໜຶ່ງ, ນີ້ຈະເປັນການຈຳກັດບາງຊ່ອງທາງທີ່ເຂົາເຈົ້າສາມາດໂຕ້ຕອບກັບທ່ານໄດ້ຈາກໂປຣໄຟລ໌ອື່ນຂອງເຂົາເຈົ້າ.
ເມື່ອທ່ານບລັອກຜູ້ໃດໜຶ່ງທີ່ມີຊື່ຫຼິ້ນຫຼາຍກວ່າໜຶ່ງຊື່
ການບລັອກຊື່ຫຼິ້ນໜຶ່ງໃນບັນດາຊື່ຂອງພວກເຂົາ ຈະບລັອກໄດ້ພຽງແຕ່ຊື່ຫຼິ້ນນັ້ນເທົ່ານັ້ນ. ຈະບໍ່ບລັອກໂປຣໄຟລ໌ຫຼັກທີ່ກ່ຽວຂ້ອງກັບຊື່ຫຼິ້ນນັ້ນ ຫຼື ຊື່ຫຼິ້ນອື່ນໆທີ່ກ່ຽວຂ້ອງກັບໂປຣໄຟລ໌ຫຼັກນັ້ນ. ນີ້ໝາຍຄວາມວ່າທ່ານອາດຈະຍັງເຫັນເນື້ອຫາຈາກຊື່ຫຼິ້ນອື່ນໆເຫຼົ່ານີ້ ຫຼື ໂປຣໄຟລ໌ຫຼັກທີ່ກ່ຽວຂ້ອງກັບພວກມັນ.
ຈົ່ງຈື່ຈຳສິ່ງເຫຼົ່ານີ້ໄວ້
- ຖ້າທ່ານບລັອກໂປຣໄຟລ໌ໃດໜຶ່ງ ແລ້ວປົດບລັອກ, ທ່ານຈະຕ້ອງສົ່ງຄໍາຮ້ອງຂໍເປັນໝູ່ໃໝ່ໃຫ້ກັບໂປຣໄຟລ໌ນັ້ນ. ຖ້າທ່ານບລັອກເພຈແລ້ວປົດບລັອກມັນ, ທ່ານຈະຕ້ອງຕິດຕາມເພຈນັ້ນອີກຄັ້ງ.
- ໂປຣໄຟລ໌, ເພຈ ແລະ ຊື່ຫຼິ້ນຈະບໍ່ໄດ້ຮັບການແຈ້ງເຕືອນເມື່ອທ່ານບລັອກພວກເຂົາ.
Other ways to get help
Chat with Meta AI support assistant
Resolve issues, make changes and get support in real time
